ບັນຫາທາງດ້ານສະຖິຕິ

1. ຂໍ້​ມູນ​ທີ່​ເກັບ​ກຳ ຍັງ​ມີບາງ​ລາຍ​ການ ຈັດ​ລະ​ຫັດສິນຄ້າ, ການກຳ​ນົດ​ຫົວ​ໜ່ວຍ ຍັງບໍ່ເປັນເອກະພາບກັນ ​ແລະ ​ຍັງ​ບໍ່​ທັນສອດ​ຄ່ອງຕາມທີ່ກຳນົດ​ສາ​ລະ​ບານ​ອັດ​ຕາ​ພາ​ສີ

2. ​ຍັງມີ​ບາງລາຍ​ການ ແຈ້ງ​ມູນ​ຄ່າ​ອາດບໍ່​ກົງ​ກັບ​ໃບ​ແຈ້ງ​ພາ​ສີ​ເປັນ​ລາຍ​ລະ​ອຽດ, ແຕ່​ປະ​ຈຸ​ບັນ ໃນ​ລະ​ບົບ​ນີ້​ຍັງ​ບໍ່​ທັນ​ສາ​ມາດກວດ​ກາ ແລະ ປັບ​ປຸງທຸກ​ລາຍ​ການ​ໄດ້

3. ຂໍ້​ມູນ​​ນຳ​ເຂົ້າ ແລະ ສົ່ງ​ອອກໄຟ​ຟ້າ ຍັງມີ​ການ​ສະ​ໜອງ ແລະ ລາຍ​ງານ​ຊັກ​ຊ້າ ​ອາດ​ຍ້ອນ ບາງເຂື່ອນກໍ່ລາຍງານເປັນເດືອນ,​ ບາງເຂື່ອນກໍ່ລາຍງານເປັນງວດ ອິງຕາມສັນຍາ Power Purchase Agreement (PPA)

Logo © 2024 DFT, Ministry of Industry and Commerce. Powered By SITC Lao