ໄລຍະຜ່ານມາ ເຫັນວ່າ ມີຫລາຍຄົນເຂົ້າໃຈວ່າ ມູນຄ່າແຈ້ງເບື້ອງລາວ ກັບເບື້ອງປະເທດຄູ່ຄ້າແມ່ນຄືກັນ ເຮັດໃຫ້ຕົວເລກຂອງ ລາວ ລາຍງານ ຕ້ອງກົງກັບຕົວເລກ ຂອງປະເທດຄູ່ຄ້າລາຍງານ (ຕົວຢ່າງ ມູນຄ່າການສົ່ງອອກຂອງລາວ ໄປຫວຽນາມ ຕ້ອງກົງກັບຕົວເລກ ການນຳເຂົ້າຂອງຫວຽດນາມ ຈາກລາວ), ຊຶ່ງບັນຫາດັ່ງກ່າວແມ່ນບໍ່ຖືກຕ້ອງ; ຖ້າຫາກສົມທຽບຕົວເລກນຳເຂົ້າ ແລະ ສົ່ງອອກ ຂອງແຕ່ລະປະເທດແລ້ວ ແມ່ນບໍ່ມີປະເທດໃດຄືກັນ.
ຕົວຢ່າງ: ຂໍ້ມູນຈາກສູນການຄ້າສາກົນ www.trademap.org ທີ່ໄດ້ສັງລວມຕົວເລກນຳເຂົ້າ ແລະ ສົ່ງອອກ ຈາກປະເທດຕ່າງໆ ໃນໂລກ: ປີ 2020 ສະຖິຕິ ສປ ຈີນ ສົ່ງອອກ ໄປ ອາເມລິກາ 452,6 ຕື້ໂດລາ (ຂໍ້ມູນຈາກຈີນ), ສ່ວນອາເມລິກາ ນຳເຂົ້າ ຈາກຈີນ ແມ່ນ 457,2 ຕື້ໂດລາ (ຂໍ້ມູນຈາກອາເອລິກາ), ຂໍ້ມູນສົ່ງອອກຂອງຈີນ ໜ້ອຍກວ່າ ຂໍ້ມູນນຳເຂົ້າຂອງອາເມລິກາ 4,6 ຕື້ໂດລາ. ຂໍ້ມູນການສົ່ງອອກຂອງມາເລເຊຍ ສົ່ງອອກ ໄປ ສິງກະໂປ 33,8 ຕື້ໂດລາ (ຂໍ້ມູນຈາກມາເລເຊຍ), ແຕ່ ສິງກະໂປນຳເຂົ້າຈາກ ມາເລເຊຍ 41,7 ຕື້ໂດລາ (ຂໍ້ມູນຈາກສິງກະໂປ), ຂໍ້ມູນສົ່ງອອກຂອງມາເລເຊຍ ໜ້ອຍກວ່າ ຂໍ້ມູນນຳເຂົ້າຂອງສິງກະໂປ 7,8 ຕື້ໂດລາ.
ສາເຫດຕົ້ນຕໍທີ່ເຮັດໃຫ້ຕົວເລກບໍ່ຄືກັນແມ່ນເນື່ອງມາຈາກເຫດຜົນຕ່າງໆ ດັ່ງຕໍ່ໄປນີ້:
1. ອີງຕາມຫຼັກການການຄ້າສາກົນ ລວມທັງທີ່ກຳນົດໃນ IMTS ການແຈ້ງພາສີ ຫຼື ການເກັບກຳເບື້ອງສົ່ງອອກ ແມ່ນແຈ້ງ ຫຼື ເກັບຕາມ FOB, ສ່ວນຂໍ້ມູນຂອງເບື້ອງນຳເຂົ້າພັດແຈ້ງ ຫຼື ເກັບຕາມ CIF (ມູນຄ່າ + ຄ່າຂົນສົ່ງ + ປະກັນໄພ). ຊຶ່ງໂດຍປົກກະຕິ ເບື້ອງປະເທດນຳເຂົ້າ ຈະມີມູນຄ່າ ຫຼາຍກວ່າ ມູນຄ່າເບື້ອງປະເທດສົ່ງອອກ.
2. ຫຼັກການເກັບກຳການນຳເຂົ້າ ແມ່ນເກັບກຳຕາມປະເທດຕົ້ນກຳເນີດສິນຄ້າ (ຕາມຫຼັກການ IMTS); ດັ່ງນັ້ນ, ຈະມີຄວາມແຕກຕ່າງກັນກໍລະນີນຳເຂົ້າເພື່ອສົ່ງອອກ. ຕົວຢ່າງ ລາວ ນຳເຂົ້າຈາກ ໄທ ແລ້ວສົ່ງອອກຕໍ່ໄປ ຫວຽດນາມ, ເບື້ອງລາວ ບັນທຶກວ່າ ລາວ ສົ່ງອອກໄປ ຫວຽດນາມ ແຕ່ ເບື້ອງຫວຽດນາມ ພັດບັນທຶກສິນຄ້າດັ່ງກ່າວນຳເຂົ້າຈາກ ໄທ. ຊຶ່ງປະຈຸບັນກໍ່ມີຫຼາຍປະເທດ/ຂົງເຂດ ມີການສົ່ງອອກຕໍ່ຫລາຍ ເຊັ່ນ: ສິງກະໂປ, ຮົງກົງ.
3. ຝ່າຍໜຶ່ງບັນທຶກ ແຕ່ອີກຝ່າຍອື່ນພັດບໍ່ບັນທຶກ (ສຳລັບ ສປປ ລາວ ລະບົບ Asycuda ຍັງບໍ່ທັນໄດ້ຕິດຕັ້ງຢູ່ທຸກດ່ານໃນທົ່ວປະເທດ ໂດຍສະເພາະແມ່ນດ່ານທ້ອງຖິ່ນ ແລະ ດ່ານປະເພນີ, ເຮັດໃຫ້ຂໍ້ມູນທີ່ສັງລວມອາດຍັງບໍ່ທັນຄົບຖ້ວນ)