ຫຼັກການເກັບກໍາສະຖິຕິ

ສະ​ຖິ​ຕິການ​ນຳ​ເຂົ້າ ແລະ ສົ່ງ​ອອກ ​ໃນ​ເວັບ​ໄຊ​ທ໌ ນີ້​ ແມ່ນສັງ​ລວມ​​ມາ​ຈາກ 02 ແຫຼ່ງ ຄື: ຈາກ​ກົມພາ​ສີ, ກະ​ຊວງ​ການ​ເງິນ (ລະ​ບົບ Asycuda) ແລະ ຂໍ້​ມູນ​ນຳ​ເຂົ້າ ແລະ ສົ່ງ​ອອກໄຟ​ຟ້າ ຈາກ​ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່ ໂດຍນຳໃຊ້​ຫຼັກການ​ເກັບ​ກຳສະ​ຖິ​ຕິ​ການ​ຄ້າ​ຕ່າງ​ປະ​ເທດດ້ານ​ສິນ​ຄ້າ (International Merchandise Trade Statistics ຫຼື IMTS) ທີ່​ກຳ​ນົດໂດຍອົງການສະ​ຫະ​ປະ​ຊາ​ຊາດ (UN) ໃນການສັງລວມ ແລະ ກັ່ນຕອງຂໍ້ມູນ, ຊຶ່ງມີ​ລາຍ​ການ​​ທີ່​ບັນ​ຈຸ ຫຼື ບໍ່​ບັນ​ຈຸ​ໃນ​ສະ​ຖິ​ຕິ​ການ​ຄ້າ​ຕ່າງ​ປະ​ເທດ ຫຼື ແຍກ​ລາຍ​ງານ​ຕ່າງ​ຫາກ ເຊັ່ນ:

  •  ຕົວ​ຢ່າງ ຕົວ​ເລກ​ທີ່ບໍ່​ໄດ້​ບັນ​ຈຸໃນ​ການ​ລາຍ​ງານ

-    ສິນ​ຄ້າ​ຜ່ານ​ແດນ (ແຍກ​ລາຍ​ງານ​ຕ່າງ​ຫາກ)

-    ​ສິນ​ຄ້ານຳ​ເຂົ້າ ຫຼື ສົ່ງ​ອອກຊົ່ວ​ຄາວ​ທົ່ວ​ໄປ (ມີ​ອາ​ຍຸ​ໃນ​ການນຳ​ໃຊ້)

-    ​ສິນ​ຄ້ານຳ​ເຂົ້າ ຮ້ານ​ຄ້າ​ປອດ​ພາ​ສີ

-    ​ສິນ​ຄ້ານຳ​ເຂົ້າ​ຄືນ ສິນ​ຄ້າ​ສົ່ງ​ອອກ​ຊົ່ວ​ຄາວ ຫຼື ສົ່ງ​ອອກ​ຄືນ ສິນ​ຄ້າ​ທີ່​ນຳ​ເຂົ້າ​ຊົ່ວ​ຄາວ

-    ເງິນ, ​ຄຳ ​ໃຊ້ສຳ​ລັບ​ຊຳ​ລະ​ສະ​ສາງ

-    ສິນ​ຄ້າ​ທີ່​ເປັນ​ລັກ​ສະ​ນະ​ທາງ​ດ້ານ​ການ​ບໍ​ລິ​ການ ເຊັ່ນ : ໜັງ​ສື​ພີມ, ແຜ່ນ​ຊີ​ດີ​ທີ່​ໃສ່​ຊອກ​ແວ


  •  ການ​ສັງ​ລວມ​ເບື້ອງ​ນຳ​ເຂົ້າ​ແມ່ນ​ສັງ​ລວມ​ຕາມ​ປະ​ເທດ​ຕົ້ນ​ກຳ​ເນີດຂອງ​ສິນ​ຄ້າ ແລະ ​ການ​ສົ່ງ​ອອກ​ແມ່ນ​ສັງ​ລວມ​ຕາມ​ປະ​ເທດ​ປາຍ​ທາງ​ສຸດ​ທ້າຍ ທີ່​ສາ​ມາດ​​ຮູ້​ໄດ້.
  •  ມູນ​ຄ່າ​ແຈ້ງ ເບື້ອງ​ນຳ​ເຂົ້າ ເປັນ​ມູນ​ຄ່າ CIF, ສ່ວນ​ການ​ສົ່ງ​ອອກ ເປັນ FOB


Logo © 2024 DFT, Ministry of Industry and Commerce. Powered By SITC Lao